ໃນຕອນບ່າຍຂອງວັນທີ 29 ເມສາ 2020, ມຊລໄດ້ຈັດການບັນຍາຍກ່ຽວກັບ“ວັດທະນະທໍາຈີນ”ຕອນທີ8 ຜ່ານລະບົບ ອອນລາຍພາຍໄຕ້ຫົວຂໍ້: “ວັດທະນະທໍາການເລືອກສີຂອງຈີນ”, ຮັບໜ້າທີ່ໃນການບັນຍາຍໂດຍ ອາຈານ ລູ້ຖິງຖິງ.
ເນື່ອງຈາກຜົນກະທົບຈາກCOVOD-19, ການບັນຍາຍໃນຄັ້ງນີ້ແມ່ນຈໍາຕ້ອງໄດ້ສືບຕໍ່ການບັນຍາຍຜ່ານລະບົບ ອອນລາຍ, ອາຈານ ລູ້ຖິງຖິງ ໄດ້ຮັບໜ້າທີ່ທໍາການບັນຍາຍ ໂດຍໄດ້ນໍາໃຊ້ຮູບພາບທີ່ສວຍງາມຈັບໃຈ ແລະ ໃຊ້ສັບສໍານວນ ທີ່ອ່ອນຊ້ອຍເຂົ້າໃນການບັນຍາຍ, ແນະນໍາກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບວັດທະນະທໍາການເລືອກໃຊ້ສີຂອງຄົນຈີນ. ພາຍຫຼັງການແນະນໍາກ່ຽວກັບການແຍກປະເພດສີຂອງຄົນຈີນແຕ່ອາດີດຈັນເຖິງປະຈຸບັນນີ້ແລ້ວ, ຍັງໄດ້ນໍາໃຊ້ວີດີໂອ ເຂົ້າໃນການແນະນໍາກ່ຽວກັບຄວາມໝາຍແລະກາລະເທສະໃນການນໍາໃຊ້ສີແຕ່ລະສີສໍາລັບຄົນຈີນ, ໄດ້ສ້າງຄວາມດຶງດູດ ໃຫ້ແກ່ນັກຮຽນໄດ້ເປັນຢ່າງດີ. ທ້າຍສຸດ, ໄປຄຽງຄູ່ກັບການຮຽນຮູ້ຄໍາສັບພາສາຈີນກ່ຽວກັບສີນັ້ນ, ນັກສຶກສາໄດ້ຫຼົງມັກ ໃນສະເໜ່ກ່ຽວກັບວັດທະນະທໍາການເລືອກໃຊ້ສີຂອງຄົນຈີນໂດຍບໍ່ຮູ້ຕົວ.

