
ໃນຕອນບ່າຍຂອງວັນທີ18 ພຶດສະພາ 2020, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການກະກຽມຄວາມພ້ອມໃນການກັບມາເປີດຮຽນຄືນອີກຄັ້ງພາຍຫຼັງທີ່ໄດ້ໂຈະການຮຽນ-ການສອນ ມາຕັ້ງແຕ່ວັນທີ 19 ມີນາ 2020.

ໃນກອງປະຊຸມຄັ້ງນີ້,ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງການຮຽນ-ການສອນຜ່ານລະບົບ ອອນລາຍຂອງນັກສຶກສາປະລິນຍາຕີ, ໂດຍລວມແລ້ວແມ່ນເຫັນວ່າໄດ້ຮັບໝາກຮັບຜົນ ແລະໄດ້ດໍາເນີນໄປຢ່າງເປັນປົກກະຕິ. ສໍາລັບພາກບໍາລຸງພາສາຈີນ ແມ່ນບໍ່ໄດ້ດໍາເນີນການຮຽນ-ການສອນຜ່ານລະບົບອອນລາຍ. ໄດ້ຮັບຟັງການລາຍງານສະພາບການສອບຖາມຂອງນັກຮຽນບໍາລຸງພາສາຈີນ ແລະຜູ້ທີ່ສົນໃຈລົງທະບຽນສອບເສັງວັດລະດັບພາສາຈີນ HSK.

ຕະຫຼອດໄລຍະເວລາການປິດການຮຽນ-ການສອນຊົ່ວຄາວນັ້ນ,ມຊລ ໄດ້ປະຕິບັດຕາມຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ແລະ ມາດຕະການໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ COVID-19 ທີ່ທາງພາກລັດໄດ້ວາງອອກຢ່າງເຂັ້ມງວດ,ຮັບປະກັນການພົວພັນວຽກງານ ແລະ ການຈັດຕັ້ງການຮຽນ-ການສອນໃຫ້ໄດ້ດໍາເນີນໄປຕາມແຜນຫຼັກສູດທີ່ກໍານົດໄວ້.