ໃນຕອນບ່າຍຂອງວັນທີ 13 ພຶດສະພາ2020, ມຊລ ໄດ້ຈັດການບັນຍາຍກ່ຽວກັບ “ວັດທະນະທໍາຈີນ” ພາຍໄຕ້ຫົວຂໍ້ “ການໜຸ່ງຖື ແລະແຕ່ງກາຍຂອງແມ່ຍິງຈີນ”, ອຈ ຊຸນຊືຢ້ຽນ ໄດ້ຮັບໜ້າທີ່ເປັນຜູ້ໃຫ້ການບັນຍາຍຕໍ່ນັກສຶກສາປະລິນຍາຕີ ລຸ້ນປີ 2018 ແລະ 2019.

ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດCOVOD-19, ດັ່ງນັ້ນການບັນຍາຍຄັ້ງນີ້ແມ່ນນໍາໃຊ້ຜ່ານຊ່ອງທາງອິນເຕີເນັດ, ເນື້ອໃນຕົ້ນຕໍແມ່ນເພື່ອແນະນໍາໃຫ້ຮູ້ກ່ຽວກັບການປ່ຽນແປງທາງປະເພນີການໜຸ່ງຖື ແລະ ແຕ່ງກາຍຂອງແມ່ຍິງຈີນ,ການບັນຍາຍຄັ້ງນີ້ ແມ່ນໄດ້ຮັບການຕອບຮັບ ແລະ ສົນໃຈ ຈາກນັກສຶກສາເປັນຢ່າງດີ.

ອຈ ຊຸນຊືຢ້ຽນ ໄດ້ເລີ່ມການບັນຍາຍຈາກການສົມທຽບການໜຸ່ງສິ້ນຂອງແມ່ຍິງລາວ,ນໍາໃຊ້ຮູບພາບແນະນໍາປະເພນີການໜຸ່ງຖືຂອງແມ່ຍິງໃນປະເທດຕ່າງໆຂອງທະວີບອາຊີ ແລະປະເພນີການໜຸ່ງຖືຂອງຊົນເຜົ່າຮັ້ນ ປະເທດຈີນ, ໄດ້ສືບຕໍ່ໂດຍການນໍາໃຊ້ ວີດີໂອ,ເພື່ອໃຫ້ນັກສຶກສາໄດ້ເຂົ້າໃຈກ່ຽວກັບຮູບແບບ ແລະ ເອກະລັກສະເພາະຂອງເຄື່ອງໜຸ່ງພື້ນເມືອງຂອງຈີນ.ຫຼັງຈາກນັ້ນ, ໄດ້ແນະນໍາກ່ຽວກັບແຕ່ລະຊ່ວງເວລາ ແລະ ຈຸດພິເສດ ຂອງແຕ່ລະລາດຊະວົງ,ໄດ້ແນະນໍາກ່ຽວກັບວິທີໜຸ່ງຮົ່ມ ແລະ ເອກະລັກຊຸດພື້ນເມືອງຂອງຈີນ ແລະການປ່ຽນແປງໃນການແຕ່ງຕົວຂອງແມ່ຍິງຈີນ ໃນແຕ່ລະຍຸກສະໄໝ.

ທ້າຍສຸດ, ນັກສຶກສາໝົດທຸກຄົນໄດ້ຮັບຊົມຮູບພາບກ່ຽວກັບການປ່ຽນແປງຂອງຊຸດຮົ່ມແບບຈີນໃນຍຸກພາບຫຼັງທີໄດ້ສະຖາປານາ ສປ ຈີນ, ໄດ້ສະແດງໃຫ້ເຫັນກ່ຽວກັບເອກະລັກ ແລະຈຸດພິເສດໃນການໜຸ່ງຖືຂອງຊາວໜຸ່ມໃນຍຸກນັ້ນ, ໄດ້ຊ່ວຍໃຫ້ນັກສຶກສາໄດ້ຮັບຮູ້ກ່ຽວກັບການປ່ຽນແປງຂອງການໜຸ່ງຖື, ການແຕ່ງກາຍ, ຄວາມມັກ ແລະ ຄ່ານິຍົມຂອງຄົນຈີນໃນແຕ່ລະຍຸກສະໄໝ.