ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2020, ກິດຈະກໍາ ມຸມພາສາຈີນ ຄັ້ງທີ 14 ໃນຫົວຂໍ້: ເຈ້ຍໃຫ້ເຈົ້າຕັດເປັນທຸກສິ່ງໃນໂລກຂອງ ມຊລ ໄດ້ຈັດຂຶ້ນ ຢ່າງປະສົບຜົນສໍາເລັດ. ການຈັດກິດຈະກໍາຄັ້ງນີ້ ແມ່ນການຕັດເຈ້ຍ ທີ່ສາມາດບົ່ງບອກໃຫ້ເຫັນເຖິງປະເພນີວັດທະນະທໍາຂອງຈີນ.

   ກິດຈະກໍາຄັ້ງນີ້ແມ່ນນໍາພາໂດຍ ອຈ ລູ້ຖິງຖິງ,ໂດຍໄດ້ມີນັກສຶກສາລະດັບປະລິນຍາຕີລຸ້ນ 2018, 2019 ແລະອາຈານຫ້ອງການຄຸ້ມນັກສຶກສາເຂົ້າຮ່ວມນໍາກັນ.

ອຈ ລູ້ຖິງຖິງໄດ້ນໍາໃຊ້ຮູບພາບທີ່ສວຍງານປະກອບໃສ່ການບັນຍາຍ ແລ້ວນໍາທຸກຄົນເຂົ້າສູ່ໂລກຂອງການຕັດເຈ້ຍ,ການຕັດເຈ້ຍແຕ່ລະແຜ່ນ ອອກມາເປັນຮູບພາບ ຕ່າງໆນາໆໄດ້ສ້າງຄວາມອັດສະຈັນໃຫ້ແກ່ນັກສຶກສາທີ່ເຂົ້າຮ່ວມທຸກຄົນ. ຫຼັງຈາກນັ້ນ,ໄດ້ນໍາໃຊ້ຮູບພາບເຂົ້າໃນການອາທິບາຍເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບ ເຕັກນິກການພັບເຈ້ຍ, ການຕັດ ແລະ ການນໍາໃຊ້.ນັກສຶກສາທຸກໆຄົນ ໄດ້ຫຼົງຮັກໃນສະເໜ່ການຕັດເຈ້ຍຂອງຈີນ, ຕ່າງຄົນຕ່າງກໍຢາກທົດລອງລົງມືປະຕິບັດ ຕົວຈິງ,ພາຍຫຼັງຮຽນຮູ້ວິທີການພັບເຈ້ຍ ແລະ ຂັ້ນຕອນໃນການຕັດແລ້ວ,ນັກສຶກສາແຕ່ລະຄົນກໍໄດ້ລົງມືປະຕິບັດຢ່າງຕັ້ງໃຈ, ພ້ອມທັງໄດ້ແລກປ່ຽນບົດຮຽນ ແລະ ແນະນໍາເຊິ່ງກັນແລະກັນ ເປັນພາສາຈີນໄປພ້ອມ.

   ກິດຈະກໍາຕັດເຈ້ຍໃນຄັ້ງນີ້,ບໍ່ພຽງແຕ່ຈະເປັນການຊ່ວຍໃຫ້ນັກສຶກສາໄດ້ສໍາພັດໄດ້ເຖິງສະເໜ່ຂອງການຕັດເຈ້ຍຂອງຈີນແລ້ວ,ຍັງເປັນການຊ່ວຍໃຫ້ນັກສຶກສາ ໄດ້ຮຽນຮູ້ເຖິງປະເພນີ ວັດທະນະທໍາທີ່ເກົ່າແກ່ຂອງຈີນ ແລະກິດຈະກໍາດັ່ງກ່າວ ກໍຖືວ່າເປັນສ່ວນໜຶ່ງໃນການຮຽນຮູ້ພາສາຈີນ ຂອງນັກສຶກສາ ມຊລ.