ເນື່ອງໃນໂອກາດສົ່ງທ້າຍປີເກົ່າພສ.໒໕໖໑ຕ້ອນຮັບປີໃໝ່ລາວພສ.໒໕໖໒ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງກໍຄືເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍປະຕິບັດສືບທອດກັນມາໃນວັນທີ 12 ເມສາ 2019 ຜ່ານມານີ້,ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ລາວພສ.໒໕໖໒. ໃນພິທີ ມີທ່ານ Huan Xing ຮອງອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ,  ມີບັນດາຫົວໜ້າຫ້ອງການ, ແຂກຖືກເຊີນ, ພະນັກງານອາວຸໂສບໍານານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

    ການສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ທີ່ຈັດຂຶ້ນໃນປີນີ້ ກໍຄືຫຼາຍປີທີ່ຜ່ານມາ ໂດຍເລີ່ມແຕ່ເວລາ10:00 ໂມງ ໄດ້ຈັດພິທີບາສີສູ່ຂວັນເພື່ອເປີດໂອກາດໃຫ້ພາກສ່ວນຕ່າງໆອ້ອມຂ້າງ  ໄດ້ຜູກແຂນອວຍພອນຄະນະນໍາ ແລະຄະນະນຳກໍໄດ້ອວຍພອນພະນັກງານ, ຄູ-ອາຈານພະນັກງານອາວຸໂສບຳນານ ແລະອວຍພອນເຊິ່ງກັນແລະກັນຈາກນັ້ນກໍໄດ້ເຂົ້າສູ່ງານລ້ຽງອາຫານທ່ຽງ ແລະຮ່ວມມ່ວນຊື່ນ-ລໍາວົງສາມັກຄີ ທີ່ເດີ່ນດ້ານໜ້າຕຶກສໍານັກງານມະຫາວິທະຍາໄລ ຊູໂຈ ລາວ ຈົນເຖິງເວລາອັນສົມຄວນຈຶ່ງໄດ້ເລີກລາກັນ.

ທັງນີ້ກໍເພື່ອເປັນການອະນຸລັກ ແລະສົ່ງເສີມວັດທະນະທໍາ-ຮີດຄອງປະເພນີຂອງຊາດ ເວົ້າລວມເວົ້າສະເພາະກໍເພື່ອເປັນການສ້າງບັນຍາກາດພົບປະສັງສັນລະຫວ່າງຄະນະນໍາພະນັກງານ, ຄູ-ອາຈານ ແລະນັກສຶກສາຮ່ວມກັນປີລະຄັ້ງ. ເຊິ່ງໄດ້ຖືໂອກາດນີ້ອວຍພອນໃຫ້ແກ່ກັນແລະກັນ ອັນເຕັມໄປດ້ວຍຮອຍຍິ້ມ ແລະຮັກໄຄ່ຕໍ່ກັນ.