ໃນຄັ້ງວັນທີ 28 ພຶດສະພາ 2022 ທີ່ຜ່ານມາ, ອຈ. ພູວຽງ ແກ້ວມະນີ ຮອງອະທິການບໍດີຜູ້ປະຈໍາການ ພ້ອມດ້ວຍຄູອາຈານທ່ານອື່ນໆ ໄດ້ເຂົ້າຮ່ວມພາຍໃນກິດຈະກໍາເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ຈັດໂດຍສະມາຄົມການສຶກສາພາກເອກະຊົນໃນຂອບເຂດທົ່ວນະຄອນຫຼວງວຽງຈັນ.
ເຂົ້າຮ່ວມພາຍໃນງານຄັ້ງນີ້ ແມ່ນບັນດາຄູອາຈານ, ຜູ້ບໍລິຫານ ແລະ ຜູ້ປະກອບການ ທີ່ມາຈາກບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ ແລະ ໂຮງຮຽນ ພາກເອກະຊົນໃນຂອບເຂດ ທົ່ວນະຄອນຫຼວງວຽງຈັນ ແລະ ຈັດເປັນທີມກິລາບານເຕະ ທັງຊາຍ ແລະ ຍິງ ເພື່ອທໍາການແຂ່ງຂັນ ຊີງຂັນປະທານສະມາຄົມ.
ງານຄັ້ງນີ້ ນອກຈາກຈະເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຂອງປະເທດຊາດແລ້ວ ຍັງເພື່ອເປັນການສ້າງຄວາມສາມັກຄີ ຮັກແພງ ພາຍໃນບັນດາສະມາຊິກຂອງສະມາຄົມເອງ, ສ້າງໂອກາດໃຫ້ແຕ່ລະພາກສ່ວນທີ່ເຂົ້າຮ່ວມງານ ໄດ້ມີຄວາມຮູ້ຈັກ ລື້ງເຄີຍກັນ ແລະ ຈະນໍາໄປສູ່ການພົວພັນ ຮ່ວມມື ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສ້າງສະມາຄົມ ກໍຄືບັນດາສະມາຊິກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.