ແຜນພັດທະນາ 首页  ກ່ຽວກັບ ມຊລ  ແຜນພັດທະນາ


ແນວຄວາມຄິດໃນການສ້າງຕັ້ງ

ມະຫາວິທະຍາໄລ ຊູໂຈ ລາວ ແມ່ນຖືເອົາມາດຕະຖານ ແລະ ຮູບແບບການຮຽນການສອນຂອງສະຖາບັນການສຶກສາຊັ້ນສູງຂອງຈີນເປັນບ່ອນອີງໃນການສ້າງຕັ້ງ, ຍຶດໝັ້ນການກໍ່ສ້າງແບບ ຈຸດເລີ່ມຕົ້ນສູງ, ມາດຕະຖານສູງ ແລະ ຄຸນນະພາບສູງ, ກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ, ພັັດທະນາໃຫ້ກາຍເປັນມະຫາວິທະຍາໄລແບບລວມສູນ ທີ່ຈັດຢູ່ໃນແຖວໜ້າຂອງລາວ ກໍຄືບັນດາປະເທດອາຊຽນ.

ແຜນການກໍ່ສ້າງວິທະຍາເຂດ

ພື້ນທີ່ດິນສໍາລັບກໍ່ສ້າງວິທະຍາເຂດມະຫາວິທະຍາໄລ ຊູໂຈ ລາວ ແມ່ນມີເນື້ອທີ່ທັງໝົດ 22 ເຮັກຕາ, ໂດຍຈະໄດ້ດໍາເນີນການກໍ່ສ້າງໄປເປັນແຕ່ລະໄລຍະ. ໄລຍະທີ 1 ແມ່ນຈະສ້າງໃຫ້ສາມາດຮອງຮັບນັກສຶກສາໄດ້ທັງໝົດປະມານ 600 ຄົນ, ເນື້ອທີ່ສິ່ງປຸກສ້າງແມ່ນປະມານ 6000 ຕາແມັດ.

ການກໍ່ສ້າງຫຼັກສູດ

ມະຫາວິທະຍາໄລ ຊູໂຈ ລາວ ຈະພັດທະນາ ແລະ ສ້າງຕັ້ງຫຼັກສູດໃໝ່ເພີ່ມຕື່ມ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ. ປະຈຸບັນນີ້ແມ່ນມີແລ້ວ 4 ຫຼັກສູດ, ໃນອານາຄົດຕໍ່ໜ້າ ແມ່ນຈະກໍ່ສ້າງຫຼັກສູດສາຂາ ເສດຖະສາດ, ບໍລິຫານ, ກົດໝາຍ, ທ່ອງທ່ຽວ, ກົນຈັກ, ການຄົມມະນາຄົມຕາມລາງ, ເອເລກໂຕນິກເພື່ອການສື່ສານ, ແພດສາດ ເຫຼົ່ານີ້ເປັນຕົ້ນ.

 ລະດັບການສິດສອນ

ໃນໄລຍະຕົ້ນຂອງການສ້າງຕັ້ງມະຫາວິທະຍາໄລ ຊູໂຈ ລາວ ແມ່ນຈະເປີດສອນໃນລະດັບປະລິນຍາຕີ ເປັນຫຼັກ ແລະ ເປີດສອນຫຼັກສູດບໍາລຸງພາສາຈີນໄລຍະສັ້ນໄປຄວບຄູ່ກັນ. ໃນອານາຄົດ ແມ່ນຈະພັດທະນາ ແລະ ເປີດສອນໃນລະດັບປະລິນຍາໂທ ແລະ ປະລິນຍາເອກ, ພ້ອມທັງສູ້ຊົນພັດທະນາການສຶກສາໃນຂະແໜງອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບ.

ແຫຼ່ງທີ່ມາ ແລະ ຈໍານວນນັກສຶກສາ

ໃນໄລຍະຕົ້ນຂອງການສ້າງຕັ້ງມະຫາວິທະຍາໄລ ຊູໂຈ ລາວ ແມ່ນຈະເປີດຮັບນັກສຶກສາລາວ ເປັນຫຼັກ. ພາຍຫຼັງມະຫາວິທະຍາໄລຫາກໄດ້ຮັບການພັດທະນາໄປໄດ້ໃນລະດັບໃດໜຶ່ງແລ້ວ ແມ່ນຈະເປີດຮັບນັກສຶກສາຈາກບັນດາປະເທດອອ້ມຂ້າງ ກໍຄືນັກສຶກສາຈາກບັນດາປະເທດອາຊຽນ. ມະຫາວິທະຍາໄລ ຊູໂຈ ລາວ ຍັງຈະສ້າງເງື່ອນໃຂໃຫ້ເປັນບ່ອນຮຽນສໍາລັບລູກຫຼານຂອງນັກທຸລະກິດຈີນໃນລາວ ແລະ ລູກຫຼານຂອງຄົນຈີນຕ່າງດ້າວຢູ່ລາວນໍາອີກ.

ຫວັງວ່າໃນໄລຍະເວລາ 10 ຫາ 15 ປີ ຈະມີນັກສຶກສາທີ່ພວມສຶກສາຢູ່ຈໍານວນ 1000 ຄົນ, ເປົ້າໝາຍ ສູງສຸດແມ່ນສູ້ຊົນໃຫ້ໄດ້ມີນັກສຶກສາທັງໝົດ 5000 ຄົນ.

 ທີມງານຄູອາຈານ

ໃນໄລຍະຕົ້ນຂອງການສ້າງຕັ້ງມະຫາວິທະຍາໄລ ຊູໂຈ ລາວ, ອາຈານສອນພາສາຈີນ ແລະ ວິຊາສະເພາະແມ່ນມະຫາວິທະຍາໄລ ຊູໂຈ ຈີນ ເປັນຜູ້ສະໜອງໃຫ້, ສໍາລັບອາຈານສອນໝວດວິຊາພື້ນຖານ ແມ່ນເຊື້ອເຊີນອາຈານຈາກ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນການສຶກສາຊັ້ນສູງຂອງລາວ ມາຊ່ວຍສິດສອນ. ໃນອານາຄົດ, ແມ່ນຈະນໍາໃຊ້ຮູບແບບຮັບສະໝັກອາຈານລາວທີ່ຮຽນຈົບຈາກ ສປ ຈີນ ຜູ້ທີ່ດີເດັ່ນ ຫຼື ຄັດເລືອກບຸກຄະລາກອນພາຍໃນລາວຜູ້ທີ່ດີເດັ່ນ ເພື່ອໄປຍົກລະດັບວິຊາສະເພາະ ແລະ ວຸດທິການສຶກສາຢູ່ຕ່າງປະເທດ, ຄ່ອຍໆເພີ່ມຈໍານວນຄູອາຈານທີ່ເປັນຄົນລາວໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມ ດຽວກັນນັ້ນ ກໍຍັງຈະເປີດຮັບສະໝັກຄູອາຈານຕ່າງປະເທດຈາກທົ່ວທຸກມຸມໂລກ, ທ້າຍສຸດແມ່ນໃຫ້ໄດ້ ຕາມຈຸດປະສົງທີ່ຈະມີທີມງານຄູອາຈານທີ່ມີລັກສະນະທ້ອງຖິ່ນ ແລະ ສາກົນ ປະສົມປະສານກັນ.

 ທ່າແຮງໃນການພັດທະນາ

ໃນປີ 2013, ພະນະທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງທີ່ເປັນນະໂຍບາຍຍຸດທະສາດແລະມີຄວາມໝາຍຄວາມສໍາຄັນເປັນຢ່າງສູງ. ສປປ ລາວ ເປັນໜຶ່ງໃນປະເທດທີ່ນອນຢູ່ໃນແລວນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງດັ່ງກ່າວ, ສອງຊາດລາວຈີນເປັນປະເທດເພື່ອນມິດທີ່ມີຊາຍແດນຕິດຈອດກັນທັງສາຍພູ ແລະ ແມ່ນໍ້າ ແລະ ມີວິໄສທັດໃນການພັດທະນາປະເທດຊາດທີ່ຄ້າຍຄືກັນ. ປະຈຸບັນນີ້, ຄວາມສໍາພັນຂອງສອງຊາດລາວຈີນ ແມ່ນໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການຮ່ວມສ້າງຊາຕາກໍາດຽວກັນ. ດັ່ງນັ້ນ, ຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງຈະກາຍເປັນກາລະໂອກາດໃໝ່ ທີ່ຈະມີຜົນດີທີ່ສຸດຕໍ່ການສ້າງສາ ແລະ ພັດທະນາມະຫາວິທະຍາໄລ ຊູໂຈ ລາວ. ພ້ອມດຽວກັນນັ້ນ, ມະຫາວິທະຍາໄລ ຊູໂຈ ລາວ ກໍຈະກາຍເປັນອົງກອນໜຶ່ງທີ່ມີຄວາມສໍາຄັນໃນການປະກອບສ່ວນສົ່ງເສີມ ແລະ ພັດທະນາສາຍສໍາພັນ ລາວ-ຈີນ ໃຫ້ນັບມື້ນັບໜ້ນແຟ້ນຍິ່ງໆຂຶ້ນ.

ມະຫາວິທະຍາໄລ ຊູໂຈ ຈີນ ເປັນມະຫາວິທະຍາໄລ ໃນກຸ່ມທໍາອິດທີ່ຖືກຈັດເຂົ້າຢູ່ໃນໂຄງການ 211ແລະ ແຜນງານ 2011ຂອງລັດຖະບານຈີນ, ເປັນສະຖາບັນການສຶກສາຊັ້ນສູງທີ່ເປັນການຮ່ວມ ສ້າງລະຫວ່າງກະຊວງສຶກສາທິການຈີນ ແລະ ອົງການປົກຄອງແຂວງຈຽງຊູ ເພື່ອໃຫ້ກາຍເປັນມະຫາວິທະ ຍາໄລທີ່ມີຄວາມເປັນເລີດທັງ 2 ດ້ານ, ເປັນສະຖາບັນການສຶກສາຊັ້ນສູງທີ່ເປັນການຮ່ວມສ້າງລະຫວ່າງກົມ ວິທະຍາສາດອຸດສາຫະກໍາປ້ອງການຊາດ ແລະ ອົງການປົກຄອງແຂວງຈຽງຊູ, ເປັນມະຫາວິທະຍາໄລ ລວມສູນ ທີ່ຂຶ້ນກັບແຂວງຈຽງຊູ. ມະຫາວິທະຍາໄລ ຊູໂຈ ລາວ ຈະນໍາໃຊ້ທ່າແຮງທີ່ມີຂອງມະຫາວິທະຍາ ໄລ ຊູໂຈ ຈີນ ຢ່າງເຕັມທີ່, ຈັດຕັ້ງການຮຽນ-ການສອນທີ່ມີວິໄສທັດຄວາມເປັນສາກົນ, ຖືເອົາຄວາມຮຽກ ຮ້ອງຕ້ອງການໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ ເປັນບ່ອນອີງໃນການພັດທະນາສະຖາບັນຂອງຕົນໃຫ້ນັບມື້ນັບດີຂຶ້ນ, ພັດທະນາໃຫ້ມີສີສັນ ແລະ ເອກະລັກສະເພາະຕົນ, ສ້າງໃຫ້ມະຫາວິທະຍາ ໄລ ຊູໂຈ ລາວ ໄດ້ມີຊື່ສຽງໂດ່ງດັງ ແລະ ເປັນທີ່ຍອມຮັບຈາກຜູ້ຄົນພາຍໃນລາວ ກໍຄືໃນບັນດາປະເທດອາຊີຕາເວັນອອກສ່ຽງໄຕ້.