ກ່ຽວກັບ ມຊລ 首页  ກ່ຽວກັບ ມຊລ


ເດືອນ 9 ປີ 2007, ມະຫາວິທະຍາໄລ ຊູໂຈ ໄດ້ຈັດສົ່ງຄະນະຜູ້ແທນຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ເພື່ອທໍາການເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັ້ງມະຫາວິທະຍາໄລ ຊູໂຈ ລາວ.

ເດືອນ 11 ປີ 2007, ມະຫາວິທະຍາໄລ ຊູໂຈ ໄດ້ຈັດສົ່ງຄະນະຜູ້ແທນຢ້ຽມຢາມ ສປປ ລາວ ອີກເປັນຄັ້ງທີສອງ ເພື່ອທໍາການເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັ້ງມະຫາວິທະ ຍາໄລ ຊູໂຈ ລາວ.

ເດືອນ 5 ປີ 2008, ມະຫາວິທະຍາໄລ ຊູໂຈ ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າປະຈໍາ ສປປ ລາວ ແລະ ໄດ້ເລີ່ມວຽກງານກະກຽມສ້າງຕັ້ງ ມະຫາວິທະຍາໄລ ຊູໂຈ ລາວ.

ເດືອນ 1 ປີ 2009, ມະຫາວິທະຍາໄລ ຊູໂຈ ໄດ້ຮັບໃບອານຸຍາດລົງທຶນ ກ່ຽວກັບການສ້າງຕັ້ງມະຫາວິທະຍາໄລ ຊູໂຈ ລາວ ຈາກຄະນະກໍາມະການແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ.

ເດືອນ 4 ປີ 2009, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ.

ເດືອນ 6 ປີ 2011, ມະຫາວິທະຍາໄລ ຊູໂຈ ໄດ້ຮັບອານຸມັດຈາກກະຊວງສຶກສາທິການ ສປ ຈີນ ກ່ຽວກັບການເຫັນດີໃຫ້ສ້າງຕັ້ງ ມະຫາວິທະຍາໄລ ຊູໂຈ ຢູ່ ສປປ ລາວ.

ຕົ້ນປີ 2012, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ເຊົ່າອາຄານຂອງວິທະຍາໄລ ເຄວິນ ຊຶ່ງເປັນສະບັນການສຶກສາເອກະຊົນໃນນະຄອນຫຼວງວຽງຈັນ ເພື່ອເປັນບ່ອນຈັດຕັ້ງການຮຽນ-ການສອນ ເປັນການຊົ່ວຄາວ.

ເດືອນ 9 ປີ 2012, ມະຫາວິທະຍາໄລ ຊູໂຈ ລາວ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຮ່ວມເຊັນສັນຍາສໍາປະທານທີ່ດິນ ເພື່ອກໍ່ສ້າງວິທະຍາເຂດຂອງຕົນ.

ວັນທີ 18 ເດືອນ 10 ປີ 2012, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດພິທີເປີດສົກຮຽນໃໝ່ສໍາລັບນັກສຶກສາລະດັບປະລິນຍາຕີຊຸດທໍາອິດ.

ເດືອນ 12 ປີ 2012, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຮັບໃບອານຸຍາດສິດນໍາໃຊ້ທີ່ດິນລັດ ຈາກລັດຖະບານລາວ.

ວັນທີ 9 ເດືອນ 3 ປີ 2013, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດພິທີລົງມືບຸກເບີກວິທະຍາເຂດ.

ວັນທີ 10 ເດືອນ 12 ປີ 2015, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດພິທີລົງມືກໍ່ສ້າງອາຄານຫຼັງທໍາອິດ.