ໃນຄັ້ງວັນທີ 4 ມິຖຸນາ 2022 ທີ່ຜ່ານມາ, ຢູ່ທີ່ວິທະຍາເຂດໃໝ່ ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດກິດຈະກໍາເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຫົວຂໍ້: ປ່ານໄມ້ມິດຕະພາບ ໜຶ່ງແລວໜຶ່ງເສັ້ນທາງ.

ເຂົ້າຮ່ວມໃນງານຄັ້ງນີ້ແມ່ນນອກຈາກ ຄະນະອະທິການບໍດີ, ພະນັກງານຄູອາຈານ, ນັກສຶກສາປະລິນຍາຕີທີ່ພວມສຶກສາຢູ່ແລ້ວ, ຍັງໄດ້ເຊີນເອົາຕາງໜ້າອາດີດນັກສຶກສາລາວ ທີ່ເຄີຍຮຽນຢູ່ມະຫາວິທະຍາໄລ ຊູໂຈ ຈີນ ຕັ້ງແຕ່ຊຸດທໍາອິດ ປີ 2008, ຕາງໜ້າອາດີດນັກສຶກສາມະຫາວິທະຍາໄລ ຊູໂຈ ລາວ ຊຸດທໍາອິດ ປີ 2012 ແລະ ນັກສຶກສາອີກຫຼາຍໆຮຸ່ນ ເຂົ້າຮ່ວມປູກຕົ້ນໄມ້ ເພື່ອເປັນທີ່ລະນຶກ ແລະ ເພີ່ມຄວາມຂຽວງາມ ຮົ່ມເຢັນໃຫ້ແກ່ວິທະຍາເຂດໃໝ່ ຂອງມະຫາວິທະຍາໄລ ຊູໂຈ ລາວ. 

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ດູ່, ຊຶ່ງເປັນປະເພດໄມ້ທີ່ມີຄວາມທົນທານ ແຂງແກ່ນ ແລະ ຈະນັບມື້ນັບເພີ່ມມູນຄ່າສູງຂຶ້ນໄປຕາມອາຍຸເວລາ, ເໝືອນດັ່ງການສຶກສາຂອງຄົນເຮົາ ຍິ່ງຈະນັບມື້ນັບສ້າງຄຸນຄ່າໃຫ້ແກ່ຕົວເອງໃນອານາຄົດ. ເພື່ອເປັນທີ່ລະນຶກໃຫ້ແກ່ນັກສຶກສາແຕ່ລະຮຸ່ນຂອງມະຫາວິທະຍາໄລ ຊູໂຈ ລາວ ແລະ ຈີນ, ຕົ້ນໄມ້ແຕ່ລະຕົນ ແມ່ນໄດ້ຫ້ອງປ້າຍເຫຼັກ ທີ່ສະຫຼັກປີເຂົ້າຮຽນ ແລະ ລາຍຊື່ນັກສຶສາແຕ່ລະຄົນໄວ້ ອີກດ້ວຍ.