ມະຫາວິທະຍາໄລ ຊູໂຈ ລາວ ໄດ້ສົ່ງນັກສຶກສາປະລິນຍາຕີ ປີ 3 ແລະ ປີ 2 ເຂົ້າຮ່ວມງານແຂ່ງຂັນ"ຂົວພາສາຈີນ"ຄັ້ງທີ 21 ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກ
ຮອບຄັດເລືອກທີ່ ສປປ ລາວ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 17 ມິຖຸນາ 2022 ໂດຍການເປັນເຈົ້າພາບຈັດຂອງ ພາກວິຊາພາສາຈີນ ຂອງຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດ ລາວ.
ໃນການແຂ່ງຂັນຮອບນີ້ ໄດ້ມີຜູ້ເຂົ້າແຂ່ງຂັນທັງໝົດ 15 ຄົນ ທີ່ມາຈາກບັນດາມະຫາວິທະຍາໄລ, ວິທະຍາຄານ ແລະ ວິທະຍາໄລ ທີ່ມີການສິດສອນເປັນລະບົບພາສາຈີນ.
ຜ່ານການແຂ່ງຂັນ, ນັກສຶກສາຈາກມະຫາວິທະຍາໄລ ຊູໂຈ ລາວ ສາມາດຍາດໄດ້ລາງວັນດີເດັ່ນ ອັນດັບ 3 ມາຄອງ.