ຜ່ານການອະນຸມັດຈາກກະຊວງສຶກສາທິການແລະ ກິລາ ແຫ່ງ ສປປ ລາວ, ມະຫາວິທະຍາໄລ ຊູໂຈ ລາວໄດ້ເລີ່ມເປີດຮັບນັກສຶກສາລະດັບປະລິນຍາຕີມາຕັ້ງແຕ່ປີ 2012 ເປັນຕົ້ນມາ. ບັນດາຫຼັກສູດປະລິນຍາຕີທີ່ໄດ້ຮັບອະນຸມັດໃຫ້ຮັບນັກສຶກສາມີ: ສາຂາພາສາຈີນ, ສາຂາເສດຖະສາດ ແລະ ການຄ້າສາກົນ,ສາຂາການເງິນສາກົນ, ສາຂາວິທະຍາສາດ ແລະ ເຕັກໂນໂລຊີ ຄອມພິວເຕີ.

ໃນເບື້ອງຕົ້ນ,ເນື່ອງຈາກສະພາບເງື່ອນໄຂຫຼາຍໆປັດໃຈ, ການຮຽນ-ການສອນສໍາລັບຫຼັກສູດປະລິນຍາຕີຂອງ ມະຫາວິທະຍາໄລຊູໂຈ ລາວ ແມ່ນໄດ້ຈັດເປັນລະບົບ 1 + 3 (ຮຽນຢູ່ລາວ 1 ປີ + ຮຽນຢູ່ຈີນ 3 ປີ). ມາຮອດປີ2018 ມະຫາວິທະຍາໄລ ຊູໂຈ ລາວ ໄດ້ເລີ່ມເປີດຮັບນັກສຶກສາປະລິນຍາຕີ ສາຂາພາສາຈີນ ລະບົບ 4ປີຢູ່ລາວ ຊຸດທໍາອິດ.

  ຜ່ານການຈັດຕັ້ງການຮຽນການສອນຕົວຈິງ ແລະ ການຕິດຕາມປະເມີນຜົນເປັນແຕ່ລະໄລຍະຈາກທາງມະຫາວິທະຍາໄລ ຊູໂຈ ລາວ ແລະມະຫາວິທະຍາໄລ ຊູໂຈ ຈີນ,ເຫັນວ່າຄຸນນະພາບໃນການສຶກສາແມ່ນສາມາດທຽບເທົ່າກັບມາດຕະຖານຂອງມະຫາວິທະຍາໄລ ຊູໂຈ ຈີນ,ຊຶ່ງມັນໄດ້ສະແດງອອກໃຫ້ເຫັນຢ່າງຊັດເຈນຢູ່ທີ່ລະດັບຄວາມຮູ້ທາງດ້ານວິຊາສະເພາະ ຂອງນັກສຶກສາ,ການສື່ສານ, ການອ່ານ, ການຂີດຂຽນ ແລະ ພົວພັນວຽກງານດ້ວຍພາສາຈີນ, ລະດັບພາສາຈີນຜ່ານ HSK5, ຜ່ານການປະເມີນຜົນທຸກໆວິຊາຮຽນ,ບົດວິທະຍານິພົນທີ່ຂຽນເປັນພາສາຈີນ ແມ່ນໄດ້ຄົບຕາມມາດຕະຖານຂອງມະຫາວິທະຍາໄລ ຊູໂຈແລ້ວຈິ່ງໄດ້ມີສິດເຂົ້າຮ່ວມການປ້ອງກັນບົດວິທະຍານິພົນ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ18 ມິຖຸນາ 2022 ທີ່ຜ່ານມາ. ຈໍານວນນັກສຶກສາທີ່ຜ່ານມາດຕະຖານ ແລະ ຈົບການສຶກສາໃນລະດັບປະລິນຍາຕີລະບົບ 4 ປີຢູ່ລາວ ໃນປີ 2022 ນີ້ ມີທັງໝົດ 6 ຄົນ.

  ໃນສົກປີ 2022-2023 ນີ້ ມະຫາວິທະຍາໄລ ຊູໂຈລາວ ກໍພວມເລີ່ມເປີດຮັບນັກສຶກສາລະດັບປະລິນຍາຕີ ລະບົບ 4 ປີຢູ່ລາວອີກຄັ້ງ ແລະກໍມີທັງລະບົບ 1+ 3ກໍສາມາດເລືອກຮຽນໄດ້ ແລ້ວແຕ່ຄວາມສະໝັກໃຈຂອງນັກສຶກສາ, ໂດຍມີແຜນຈະຮັບນັກສຶກສາທັງໝົດ50 ຄົນ, ໃນນັ້ນຍັງຈະໄດ້ມີທຶນການສຶກສາຈໍານວນ 25 ໂຕເລກ ມາໃຫ້ນ້ອງໆນັກສຶກສາໄດ້ສອບເສັງເອົາ.

  ນອກຈາກເປີດຮັບນັກສຶກສາລະດັບປະລິນຍາຕີແລ້ວ, ມະຫາວິທະຍາໄລຊູໂຈ ລາວ ຍັງໄດ້ເປີດສອນຫຼັກສູດບໍາລຸງພາສາຈີນໄລຍະສັ້ນ ແລະເປີດສູນສອບເສັງວັດລະດັບພາສາຈີນ HSK ຢ່າງເປັນປົກກະຕິ.